Tour to south
ມື້ທີ່1: ວັນທິດ 22/8/2020 ວັງວຽງ ທ່າແຂກ:ເລີ່ມອອກເດີນທາງ ປະມານ6:30 ທ່ຽວຊົມ ວັດພະບາດໂພນສັນ
,ພັກຜ່ອນກິນອາຫານທ່ຽງທີ່ປາກຊັນ ແລ້ວອອກເດີນທາງຕໍ່ເຖີງເມືອງທ່າແຂກທ່ຽວຊົມຕົວເມືອງ ຮ່ອງຮອຍປະຫວັດສາດ ນ້ຳສ້າງ ວິລະກຳ ພັກເຊົາຢູ່ບ້ານພັກ (ໄລຍະທາງ 427 ກິໂລ ໃຊ້ເວລາ 7:30 ຊົ່ວໂມງ )
ມື້ທີ່2: ວັນຈັນ 23/8/2020 ທ່າແຂກ ປາກເຊ: ເລີ່ມອອກເດີນທາງ ປະມານ7:30 ມຸ່ງໜ້າໄປປາກເຊ, ແວ່ເຊົາ ກີນເຂົ້າສວຍ ທີ່ບ້ານນາປົ່ງ ຊີມເຫຼົ້າຂາວເມືອງຄົງ ຫຼັງຈາກນັັ້ນ ເດີນທາງໄປຈຳປາສັກ ທ່ຽວຊົມ ວັດພູ ມໍລະດົກແຫ່ງທີ່2 ຂອງລາວ ແລ້ວກັບມາທີ່ ປາກເຊ ຮັບປະທານອາຫານແລງແລ້ວນອນທີ່ບ້ານພັກ ປາກເຊ (ໄລຍະທາງ 335 ກຶໂລ ໃຊ້ເວລາ 5:30 ນາທີ )
ມື້ທີ່3:ວັນຄານ 24/8/2020 ປາກເຊ ປາກຊ່ອງ: ເລີ່ມອອກເດີນທາງ ປະມານ7:30 ມຸ່ງໜ້າໄປທ່ຽວປາກຊ່ອງ ພູພຽງບໍລະເວນ,ຕາດຟານ ຕາດເຍືອງ, ທ່ຽວຊົມເຄື່ອງຫັດຖະກຳຂອງຊົນເຜົ່າ ຫຼັງຈາກກິນອາຫານສວຍແລ້ວເດີນທາງໄປ ເຊກອງແລະສາລະວັນ ທ່ຽວຊົມ ນ້ຳຕົກຕາດເລາະ ແລະນອນຄ້າງຄືນຢູ່ລີສອດ ຕາດເລາະ (ໄລຍະທາງ 113 ກິໂລ ໃຊ້ເວລາ 2:00 ຊົ່ວໂມງ )
ມື້ທີ່4:ວັນພຸດ 25/8/2020 ຕາດເລາະ ປາກເຊ ສີພັນດອນ: ເລີ່ມອອກເດີນທາງ ປະມານ7:30 ໄປດອນ ເດດ ຍ່າງເລາະທ່ຽວຊົມເກາະດອນ ແລະພັກເຊົາຢູ່ ບັງກາໂລ ດອນເດດ (ໄລຍະທາງ 170 ກິໂລ ໃຊ້ເວລາ 3:00 ຊົ່ວໂມງ
ມື້ທີ່5:ວັນຫັດ 26/8/2020 ດອນເດດ ດອນຄອນ: ເລີ່ມອອກເດີນທາງ ປະມານ7:30 ນັ່ງລົດ ຕຸກໆ ໄປດອນຄອນ ເພື່ອໄປທ່ຽວຊົມ ຫົວລົດໄຟແລະເສັ້ນທາງລົດໄຟ ສະໄໝສົງຄາມ,ທ່ຽວຊົມຫຼີ່ຜີແລະເບີ່ງປາຂ່າ ຢູ່ທີ່ຫາງຄອນຫຼັງຈາກ ນັ້ນກັບມາພັກເຊົາທີ່ດອນເດດ ມື້ທີ່6:ວັນສຸກ 27/8/2020 ດອນເດດ ຄອນພະເພັງ ສະຫວັນນະເຂດ: ຫຼັງຈາກອາຫານເຊົ້າແລ້ວ ໄປທ່ຽວຊົມນ້ຳຕົກຕາດ ຄອນພະເພັງ ຕົ້ນໄມ້ມະນີໂຄດ ເບີ່ງຊາວປະມົງຫາປາຕາມລຸ່ມແມ່ນ້ຳຂອງ ຫຼັງຈາກອາຫານສວຍແລ້ວ ເດີນທາງໄປ ສະຫວັນນະເຂດ ດິນແດນແຫ່ງໄດໂນເສົາ ພັກເຊົາທີ່ບ້ານພັກ (ໄລຍະທາງ 393 ກິໂລ ໃຊ້ເວລາ 4:30ຊົ່ວໂມງ )
ມື້ທີ່:7 ວັນເສົາ 28/8/2020 ສະຫວັນນະເຂດ ວັງວຽງ: ເລີ່ມອອກເດີນທາງ ປະມານ7:30 ໄປທ່ຽວຊົມ ພະທາດ ອີງຮັງ ພິພິທະພັນໄດໂນເສົາ ແລ້ວເດີນທາງກັບໄປ ວັງວຽງ ຖຶວ່າຈົບທົວ (ໄລຍະທາງ 575 ກິໂລ ໃຊ້ເວລາ 8:30 ຊົ່ວໂມງ )
Post a comment